AI Ready ASEAN ເປັນໂຄງການລິເລີ່ມທີ່ສໍາຄັນ ໃນການສ້າງຄວາມເຂັ້ມແຂງ ທາງດ້ານດິຈິຕອນຂອງມູນນິທິອາຊຽນ ທີ່ດໍາເນີນການແຕ່ປີ 2024 ຫາ 2026, ໂດຍໄດ້ຮັບການສະໜັບສະໜູນຈາກ Google.org ດ້ວຍທຶນຊ່ວຍເຫຼືອ 5 ລ້ານໂດລາສະຫະລັດ. ໂຄງການນີ້ມີເປົ້າໝາຍເພື່ອສ້າງອາຊຽນໃຫ້ພ້ອມສໍາລັບອະນາຄົດ ໂດຍການສົ່ງເສີມຄວາມຮູ້ດ້ານ AI ແລະ ຄວາມຮັບຮູ້ດ້ານຈັນຍາບັນ ຜ່ານການນໍາໃຊ້ຫຼາຍວິທີການ ທີ່ຄອບຄຸມການຄົ້ນຄວ້າ, ການສົນທະນານະໂຍບາຍ, ການຝຶກອົບຮົມແບບລວມຕົວ, ແລະ ການໂຄສະນາສ້າງຄວາມຮັບຮູ້ໃນພາກພື້ນ. ດ້ວຍເປົ້າໝາຍທີ່ຈະສ້າງແຮງບັນດານໃຈໃຫ້ 5.5 ລ້ານຄົນ ທົ່ວອາຊີຕາເວັນອອກສຽງໃຕ້ ໄດ້ຄົ້ນຫາ ແລະ ຮຽນຮູ້ກ່ຽວກັບ AI, ໂຄງການລິເລີ່ມນີ້ຍັງຈະຝຶກອົບຮົມຄູຝຶກ 2,000 ຄົນ ເພື່ອຈັດກອງປະຊຸມຄວາມຮູ້ດ້ານ AI ທີ່ເລິກເຊິ່ງ ແລະ ເໝາະສົມກັບທ້ອງຖິ່ນ ໃຫ້ແກ່ຊາວໜຸ່ມ, ພໍ່ແມ່ຜູ້ປົກຄອງ, ແລະ ຜູ້ໃຫ້ການສຶກສາ 800,000 ຄົນ, ໂດຍສະເພາະໃນຊຸມຊົນທີ່ດ້ອຍໂອກາດ ໃນທົ່ວສິບປະເທດສະມາຊິກອາຊຽນ.
Brunei Darussalam
Cambodia
Indonesia
Lao PDR
Malaysia
Myanmar
The Phillippines
Singapore
Thailand
Viet Nam